ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດຂະບວນການແຂ່ງຂັນກິລາທົ່ວກົມ ວສ-ປສ ການທະຫານ

     ພິທີປິດຂະບວນການແຂ່ງຂັນກິລາທົ່ວ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຂື້ນໃນ ວັນທີ 26 ທັນວາປີ 2023 ນີ້,
ຢູ່ເດີ່ນກິລາບານສົ່ງຂອງກົມພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດ
ສາດ ການທະຫານ, ມີບັນດາສະຫາຍຮອງຫົວໜ້າກົມ, ຫົວໜ້າຫ້ອງ, ຮອງຫ້ອງ 5 ຫ້ອງ ແລະ ພະແນກການອ້ອມຂ້າງຕະຫຼອດຮອດ
ນັກກິລາພາຍໃນກົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກການເມືອງ ໄດ້ສະຫຼຸບຂະບວນການແຂ່ງຂັນກິລາພາຍໃນກົມ
ວ່າ ຂະບວນການໄດ້ມີພິທີເປີດນັບແຕ່ຕົ້ນເດືອນ ທັນວາ ຈົນຮອດປະຈຸບັນ, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 75 ປີ ແລະວັນສໍາຄັນຕ່າງໆຂອງຊາດ ໃຫ້ມີຂະບວນການຟົດຟື້ນ. ກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ປະກອບມີ
ສາມປະເພດກິລາຄື: ກິລາບານສົ່ງ, ເປຕັງ ແລະ ກະຕໍ້ຫວາຍ ມີທີມປະສົມຍິງຊາຍ, ນັກກິລາເຂົ້າຮ່ວມທັງໝົດ 8 ທີມ ເພື່ອຄັດເລືອກເອົາ
ທີມທີ່ມີຄະແນນທີ່ດີທີ່ສຸດຜົນການແຂ່ງຂັນຕົວຈິງເຫັນວ່າປະເພດບານສົ່ງທີ 1 ແມ່ນທີມບານສົ່ງຈາກຫ້ອງວິທະຍາສາດເຕັກໂນໂລຊີ ແລະ
ສິ່ງແວດລ້ອມ, ທີ 2 ທີມຈາກພະແນກບໍລິຫານ ແລະ ທີ 3 ທີມຈາກຫ້ອງຂໍ້ມູນ-ຂ່າວສານ, ປະເພດກິລາເປຕັງທີ 1 ແມ່ນທີມຂອງຫ້ອງ
ຍຸດທະສາດການທະຫານ, ທີ 2 ທີມເປຕັງຈາກພະແນກການເງິນ, ທີ 3 ທີມເປຕັງ ຈາກພະແນກການເມືອງ, ສ່ວນປະເພດກິລາກະຕໍ້
ຫວາຍທີ 1 ແມ່ນທີມຈາກຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທີ 2 ທີມຈາກພະແນກບໍລິຫານ, ທີ 3 ທີມຈາກພະແນກ
ການເມືອງ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ຂື້ນມອບລາງວັນ
ໃຫ້ແຕ່ລະທີມຢ່າງສົມກຽດພ້ອມທັງກ່າວປິດຂະບວນການແຂ່ງຂັນກິລາຄັ້ງນີ້ຕື່ມອີກ.

ແຫຼ່ງຂ່າວໂດຍ ສອນໄຊ ສຸກສິງຈັນ
ວັນທີ 28/12/2023